Tuesday, May 15, 2018

ສະຕິປະຖານ4 (ຝຶກສະຕິໃຫ້ຕັ້ງຢູ່ໃນ 4 ສະຖານ)

ບັນດາທ່ານທີ່ເປັນຊາວພຸດ ແລະທ່ານທີ່ສົນໃຈສຶກສາພຸດທະສາສະນາ ມັກຈະໄດ້ຍິນຄຳວ່າ "ສະຕິປະຖານ 4" ຢູ່ເປັນປະຈຳ ແຕ່ຫຼາຍຄົນອາດຈະຍັງສົງໃສວ່າ ມັນແມ່ນຫຍັງ ມີຄວາມສຳຄັນແນວໃດ ເອົາເປັນວ່າໃນບົດຂຽນນີ້ຈະໄດ້ອະທິບາຍໃຫ້ທ່ານໄດ້ເຂົ້າໃຈຢ່າງກະຈ່າງແຈ້ງແບບເຂົ້າໃຈງ່າຍໆ ປະຕິບັດໄດ້ຈິງ ແລະທ່ານຈະບໍ່ມີຄວາມສົງໃສອີກຕໍ່ໄປ.

ກ່ອນເຂົ້າສູ່ການອະທິບາຍເຮົາມາຮູ້ກ່ອນວ່າ ສະຕິປະຖານ 4 ມີຄວາມສຳຄັນແນວໃດເພື່ອທີ່ທ່ານຈະສົນໃຈແລະຢາກຈະອ່ານຕໍ່.

ສະຕິປະຖານ 4 ມີຄວາມສຳຄັນຄື:
1. ເປັນຄຳສອນຫຼັກຂອງພະພຸດທະເຈົ້າ (ຖ້າທ່ານເປັນຊາວພຸດແລ້ວທ່ານບໍ່ຮູ້ ກໍ່ຈະໜ້າເສຍດາຍ)
2. ເປັນແນວທາງໃຫ້ເຮົາສຶກສາ ແລະ ຮັບຮູ້ພາວະຄວາມເປັນຈິງຂອງສະພາວະທັມຂອງຮ່າງກາຍແລະຈິດໃຈ.
3. ເປັນແນວທາງຝຶກສະມາທິ ໃຫ້ເກີດປັນຍາທີ່ຈະສາມາດເຂົ້າໃຈປັນຫາໃນທາງຈິດໃຈໄດ້
4. ເປັນເສັນທາງເດີນຫຼືແນວທາງຝຶກຝົນເພື່ອເຂົ້າສູ່ໂລກູດຕຣະທັມ (ສະຫວັນ ນິບພານ ພູມທັມຊັ້ນສູງສຸດຂອງພູມທັມທັງປວງ)

ນອກຈາກຄວາມສຳຄັນແລ້ວ ການຝຶກສະຕິປະຖານ 4 ຍັງຈະມີປະໂຫຍດແກ່ການດຳລົງຊີວິດຂອງເຮົາໃຫ້ມີແຕ່ຄວາມສຸກຮົມເຍັນໃນປະຈຸບັນອີກດ້ວຍເຊັ່ນ:

1. ທ່ານຈະເຂົ້າໃຈຊີວິດຫຼາຍຂຶ້ນ, ຈະສາມາດແກ້ໄຂບັນຫາຕ່າງໆໃນຊີວິດໄດ້ດີຂຶ້ນ
2. ທ່ານຈະເກີດການປ່ຽນແປງຜຶດຕິກຳ ການໃຊ້ຊີວິດໃນທາງທີ່ບໍທຳຮ້າຍຕົນເອງ (ບາງທີເຮົາອາດຈະບໍ່ຮູ້ວ່າການໃຊ້ຊີວິກແບບປະຈຸບັນກຳລັງທຳຮ້າຍເຮາເອງຢູ່).
3. ທ່ານຈະມີຄວາມສຸກແລະມີຄວາມສະຫບົງພາຍໃນ, ມີຄວາມໝັ້ນຄົງ, ມີຄວາມສຸຂຸມລະອຽດອ່ອນ.

ທ່ານຮູ້ຄຸນປະໂຫຍດຢ່າງມະຫາສານນີ້ແລ້ວ ຫວັງວ່າທ່ານຄົງຈະຢາກຮູ້ວ່າ ສະຕິປະຖານ 4 ແມ່ນຫຍັງ ແລະຢາກຈະຝຶກໄນລຳດັບຕໍ່ໄປ.

"ສະຕິປະຖານ 4" ແມ່ນການຝຶກໃຫ້ມີສະຕິຕລອດເວລານັ້ນເອງ ໂດຍການເອົາສະຕິເຂົ້າໄປຮັບຮູ້ໃນ 4 ສະຖານ ເຊິ່ງໄດ້ແກ່ 1 ຮັບຮູ້ກາຍ ເອິ້ນວ່າ ກາຍານຸສຕິປະຖານ, 2 ຮັບຮູ້ ຄວາມຮູ້ສຶກ ເອີ້ນວ່າ ເວທະນານຸສຕິປະຖານ, 3 ຮັບຮູ້ ຈິດ ເອີ້ນວ່າ ຈິຕານຸສຕິປະຖານ ແລະ 4 ຮັບຮູ້ ທັມ ເອີ້ນວ່າ ທັມມານຸສຕິປະຖານ.

ດ້ວຍເຫດເອົາສະຕິໄປຮັບຮູ້ສະພາວະຕ່າງໆທີ່ເກີດຂື້ນໃນ 4 ຢ່າງນີ້ ຈຶ່ງເອີ້ນຊື່ຫຍໍ້ໆ ວ່າ "ສະຕິປະຖານ 4" ຫຼື ກ່າວອີກຢ່າງໜຶ່ງວ່າ "ການເອົາສະຕິໄປຕິຕາມຮັບຮູ້ສະພາວະທັມຕ່າງໆ ທີ່ເກີດຂຶ້ນໃນສະຖານທັງ 4 ແຫ່ງນີ້ນັ້ນເອງ.

ເປັນຫຍັງຈຶງຈຳເປັນຕ້ອງເອົາສະຕິໄປຮັບຮູ້ສະພາວະໃນ 4 ສະຖານນີ້??

ເປົ້າໝາຍຫລັກ ກໍຄືເພື່ອເຂົ້າໃຈສະພາວະຄວາມເປັນຈິງທີ່ເຊື່ອງຊ້ອນພາຍໃນຕົວເຮົາເອງ ແລະຈະເຮັດໃຫ້ເຮົາສາມາດປົດປ່ອຍຕົວເຮົາເອງໃຫ້ມີອິສຣະພາບຫຼາຍຂຶ້ນ ຖ້າຝຶກ ແລະສາມາດຮັບຮູ້ຈົນເຖິງທີ່ສຸດກໍ່ຈະສາມາດປົດປ່ອຍຕົວເຮົາເອງໄປສູ່ອິສຣະພາບທີ່ຖາວອນໄດ້. ແລະໃນຂັ້ນທຳມດາພຶ້ນຖານ ກໍ່ຈະເຮັດໃຫ້ເຮົາມີຄວາມໝັ້ນຄົງພາຍໃນຫຼາຍຂຶ້ນ ແລະບໍ່ສະຖົກສະທ້ານຕໍ່ບັນຫາຕ່າງໆທີ່ຈະເກີດຂຶ້ນໃນຊີວິດ ແລະຈະສາມາດຮັບມືກັບມັນໄດ້ດ້ວຍຄວາມເຂົ້າໃຈ.

ເຮົາຈະຝຶກຢ່າງໃດ??

1. ກາຍານຸສຕິປະຖານ:
ໃນຂັ້ນເບື້ອງຕົ້ນສຳລັບຜູ້ທີ່ຍັງບໍ່ເຄຍ ແມ່ນ ພະຍາຍາມຝຶກ ກາຍານຸສຕິປະຖານກ່ອນ ຄືການຝຶກການ ຮູ້ຕົວ ໃນອະຣິຍະບົດຕ່າງໆ ເຊັ່ນ: ການຢືນ ການຢ່າງ ການນັ່ງ ການນອນ ໃຫ້ຮູ້ຕົວວ່າເຮົາກຳລັງ ຢືນຢູ່ ຢ່າງຢູ່ ນັ່ງຢູ່ ຫຼື ນອນຢູ່. ຢ່າງເຊັ່ນ ເຮົານັ່ງເຮັດວຽກຢຸ່ຫ້ອງການກໍ່ໃຫ້ມີສະຕິຮູ້ຕົວ ກັບອາການນັ່ງ ທ່ານັ່ງຂອງເຮົາ ຖ້າທ່ານຮູ້ຕົວທ່ານກໍ່ຈະສາມາດປັບທ່ານັ່ງໃນການເຮັດວຽກຂອງທ່ານໃຫ້ຖືກຕ້ອງ ຊື່ງຈະສົ່ງຜົນດີຕໍ່ຮ່າງກາຍຂອງທ່ານ. ໃນເວລາທີ່ທ່ານນັ່ງຂັບລົດຢູ່ ທ່ານກໍ່ມີສະຕິຮູ້ຕົວທົ່ວພ້ອມວ່າທ່ານກຳລັງນັ່ງຂັບລົດຢູ່. ການມີສະຕິຈະຊ່ວຍໃຫ້ທ່ານຂັບຂີ່ໄດ້ຢ່າງປອດໄພ ແລະໃນກໍລະນີ ມີເຫດການຫຍັງເກີດຂຶ້ນທ່ານກໍ່ສາມາດຮັບມືໄດ້ຢ່າງມີສະຕິ ແລະຊານສະຫຼາດ. ນີ້ຄືການມີສະຕິໃນເບື້ອງຕົ້ນ ຫຼືເອີນວ່າ ການເອົາ ສະຕິມາຕັ້ງໄວ້ທີ່ກາຍ ເພື່ອຮັບຮູ້ ການເຄື່ອນໄຫວທາງຮ່າງກາຍ ແລະອາກັບກິລິຍາຕ່າງໆ ຂອງຮ່າງກາຍ ການມີສະຕີໃນທາງຮ່າງກາຍ ຈະຊ່ວຍໃຫ້ທ່ານປອດໄພຈາກອັນຕະລາຍຕ່າງໆທີ່ອາດຈະເກີດຂື້ນທາງຮ່າງກາຍໄດ້ ນີ້ຄືຜົນປະໂຫຍດໃນເບື້້ອງຕົ້ນເລັກໆນ້ອຍ. ການທີ່ທ່ານມີສະຕິຮູ້ຕົວໃນອະຣິຍະບົດຕ່າງໆ ຈະຊ່ວຍໃຫ້ທ່ານມີສະຕິໃນການເວົ້າ ການກະທຳອື່ນໆ ທີ່ຈະເປັນຜົນດີໃນອາຊີບການງານຂອງທ່ານແລະຄວາມສຳພັນກັບເພື່ອນມິດແລະຄວາມສຳພັນໃນຄອບຄົວ. ຄວາມສຳພັນທີ່ບໍ່ດີສ່ວນໃຫຍ່ມາຈາກການບໍ່ມີສະຕິແລະບໍ່ທົບທວນໃນສິ່ງທີ່ເວົ້າ ແລະສິ່ງທີ່ເຮັດ. ຫຼາຍຄັ້ງການກະທຳ ການເວົ້າທີ່ບໍ່ມີສະຕິກໍ່ເຮັດໃຫ້ເຮົາເສຍໃຈ ແລະທຳລາຍ ຫຼາຍສິ່ງຫຼາຍຢ່າງ.

ໃນກໍ່ລະນີທີ່ທ່ານຝຶກກາຍານຸສະຕິປະຖານແບບພິເສດ
ທ່ານສະມາດຫາເວລາອັນເໝາະສົມ ໄປນັ່ງໃນສະຖານທີ່ສະຫງົບ ແລະທ່ານກໍ່ສາມາດນັ່ງສະມາທິ ດ້ວຍການສັງເກດລົມຫາຍໃຈເຂົ້າອອກ ເພື່ອເຮັດໃຫ້ຈິດໃຈມິຄວາມສະຫງົບ ບໍ່ຄິດຟູ້ງຊານປູງແຕ່ງຕ່າງໆນາໆ. ການນັ້ງສະມາທິແບບນີ້ກໍ່ເອີ້ນວ່າ ອານາປະນະສະຕິ ຫຼືການມີສະຕິຢູ່ກັບລົມຫາຍໃຈ ຊຶ່ງກໍຍັງຢູ່ໃນຂອບເຂດຂອງກາຍຍາປະນະສະຕິການຝຶກສະຕິດ້ວຍວິທີການນີ້ ແມ່ນພື້ນຖານຂອງການຝືກສະຕິເພື່ອຈະເຮັດໃຫ້ເຮົາມີສະຕິທີ່ເກັ່ງກ້າຂື້ນ ແຂງແຮງຂື້ນເພື່ອທີ່ຈະໄຊ້ໄປສຶກສາການມີສະຕິໃນຂັ້ນອື່ນຕໍ່ໄປ.

2. ເວທະນານຸສສະຕິປະຖານ:
ເວທະນາໝາຍເຖິງຄວາມຮູ້ສືກ ຄວາມຮູ້ສືກມີສອງຢ່າງ ຄືຄວາມຮູ້ສຶກທາງກາຍແລະຄວາມຮູ້ສືກທາງໃຈ. ໃນເບື້ອງຕົ້ນການມີສະຕິຮູ້ເວທະນາແມ່ນໃຫ້ຮູ້ ຄວາມຮູ້ສຶກທາງກາຍ. ຄວາມຮູ້ສຶກມີຫຼາຍລະດັບຈາກຄວາມຮູ້ສືກຫຍາບໆ ຮອດຄວາມຮູ້ສຶກລະອຽດ. ຄວາມຮູ້ສືກແບບຫຍາບໆໄດ້ແກ່ ຄວາມເຈັບ ຄວາມປວດ ເມື່ອຍ ອ່ອນເພຍ ຫຼື ຄວາມຮູ້ສຶກກົງກັນຂ້າມເຊັ່ນ ຮູ້ສືກມີແຮງ ກະປລິມກະເປົາ ຮູ້ສຶກລ່າເລີ່ງ ຮູ້ສຶກທຳມະດາ ເປັນຕົ້ນ. ຄວາມຮູ້ສືກລະອຽດໃນທາງກາຍ ໄດ້ແກ່ການການຮັບຮູ້ ການເນັ່ງຕີງ ຫຼື ການສັນສະເທືອນ ໃນລະດັບເຊລໃນທົ່ວຮ່າງກາຍ. ການທີ່ຈະຮັບຮູ້ການສັນສະເທືອນໃນລະດັບເຊລໃນຮ່າງກາຍນີ້ ຈິດຈະຕ້ອງມີຄວາມສະຫງົບພໍສົມຄວນ. ການເຂົ້າໄປຮັບຮູ້ຄວາມຮູ້ສຶກໃນລະດັບເຊລເປັນສິ່ງທີ່ສຳຄັນຫຼາຍ ຄືຈະເຮັດໃຫ້ຈິດມີຄວາມຕັ້ງໝັ້ນສູງຂຶ້ນ ແລະໃນກໍລະນີທີ່ທ່ານມີຄວາມເຈັບປ່ວຍໃດໜຶ່ງ ການເຂົ້າໄປຮັບຮູ້ໃນລະດັບເຊລ ກໍຈະຊ່ວຍບັນເທົາອາການປ່ວຍນັ້ນໄດ້ ແຕ່ກໍ່ຂຶ້ນກັບລະດັບສະມາທິຂອງທ່ານ.

ຈະຮັບຮູ້ຄວາມຮູ້ສຶກໃນລະດັບເຊລໄດ້ແນວໃດ
ໃນເມື່ອທ່ານນັ່ງສະມາທິເບິ່ງລົມຫາຍໃຈເຂົ້າອອກ ແລະຈິດທ່ານເລີ່ມສະຫງົບ ຄວາມຮູ້ສຶກໃນລະດັບເຊລຈະປາກົດຂຶ້ນມາເອງ ຖ້າຈິດບໍ່ສະຫງົບ ທ່ານສາມາດເພັງຈິດເບິ່ງຄວາມຮູ້ສຶກໃນທີ່ໃດຫນຶ່ງຂອງຮ່າງກາຍ ເຊັ່ນ ໜ້າຜາກເປັນຕົ້ນ ຄວາມຮູ້ສຶກກໍ່ຈະຄ່ອຍປາກົດຂຶ້ນ. ໃນເມື່ອຄວາມຮູ້ສຶກໄນລະດັບເຊລ ທ່ານສາມາດສັງເກດເຫັນແລ້ວ ໃຫ້ເອົາຈິດເຄື່ອນໄປຮັບຮູ້ໃນສ່ວນຕ່າງໆຂອງຮ່າງກາຍ ຈາກຂອມຂວັນຮອດປາຍຕີນ. ໃຫ້ທ່ານຄ່ອຍໆເຄື່ອນຈິດຮັບຮູ້ໃນໃນສ່ວນຕ່າງຂອງຮ່າງກາຍຢ່າງຊ້າໆໄປເລື້້ອຍໆ ໃນຈຸດໃດທ່ານບໍ່ເຫັນແຮງສັ່ນ ໃຫ້ທ່ານຄ່ອຍໆສັງເກດແລະໄຊ້ເວລາຢູ່ໃນສະຖານທີ່ນັ້ນດົນຂຶ້ນ ແລະເມື່ອທ່ານເຫັນຄວາມຮູ້ສືກຫຼືແຮງສັນນັ້ນແລ້ວ ທ່ານຈຶ່ງຄ່ອຍໆ ເຄື່ອນໄປໃນສະຖານທີ່ອື່ນໆຕໍ່ໄປ. ເຮັດແບບນີ້ໄປເລື້ອຍໆ ຈິດຂອງທ່ານຈະສະຫງົບລົງໄປເລື້ອຍໆ ແລະກຳລັງສະມາທິກໍ່ຈະເພີ່ມຂຶ້ນ.

ການຝືກເບິ່ງຄວາມຮູ້ສຶກໃນລະດັບເຊລນີ້ຈະເປັນແນວທາງເຮັດໃຫ້ຈິດເປັນສະມາທິໄດ້ໄວຂຶ້ນ ແລະຈະຊ່ວຍບັນເທົາອາການເຈັບເປັນທາງຮ່າງກາຍໄດ້ອີກດ້ວຍ ເຊັ່ນຄວາມຕຶງຄຽດຕ່າງໆໃນຮ່າງກາຍຈະຜ່ອນຄາຍລົງ ເສັນເອັນທີ່ເຄັ່ງຕຶງຈະຄາຍຕົວແລະສຸຂະພາບຂອງທ່ານກໍ່ຈະດີຂື້ນເປັນລຳດັບ.

ເວທະນານຸສຕິປະຖານເປັນພື້ນຖານໃຫ້ເກີດປັນຍາ (ຄືການຮັບຮູ້ຄວາມເປັນຈິງທາງຮ່າງກາຍ) ໃນເມື່ອທ່ານມີສະມາທິ ແລະຮັບຮູ້ຄວາມຮູ້ສຶກໃນລະດັບເຊລໄປເລື້ອຍໆ ຄວາມຮູ້ສືກໃນລະດັບເຊລກໍ່ຈະມີຄວາມລະອຽດໄປເລື້ອຍໆ ຈົນໄນທີ່ສຸດທ່ານຈະຮູ້ສຶກແຕ່ຄວາມວ່າງເປົາ ຄາຍຄືຮູ້ສຶກວ່າບໍ່ມີຕົວຕົນຮ່າງກາຍ.

3. ຈິດຕານຸສຕິປະຖານ
ການມີສະຕີເທົ່າທັນຈິດ ໂດຍປົກກະຕິແລ້ວຈິດຂອງຄົນເຮົາຈະມີທຳມະຊາດຄືການຄິດເລື້ອຍເປື່ອຍ ລອງລ່ອຍ ປູ່ງແຕ່ງ ບໍ່ມີວິນາທີໃດທີ່ຈະຢຸດຄິດ ສະນັ້ນ ຈິດຕານຸສຕິປະຖານ ເປົ້າໝາຍແມ່ນຮູ້ທັນຈິດ ກໍຄືການຮູ້ທັນໃນເວລາທີ່ມັນຄິດ ຖ້າເມື່ອໃດທ່ານຮູ້ທັນ ຄວາມຄິດຈະຢຸດທັນທີ ແລະຈະຄິດເລື່ອງໃຫມ່ໄປອີກ.

ຄວາມຄິດມີສອງແບບ ແບບທີ່1 ເປັນຄວາມຄິດທີ່ບໍ່ມີເປົ້າໝາຍ ກໍຄືເປັນຄວາມຄິດແບບສັນຊາດຕະຍານ ເປັນຄວາມຄິດແບບເລືອຍເປື່ອຍ ຄວາມຄິດຊະນິດນີ້ອັນຕະລາຍ ເພາະມັກຈະສ້າງບັນຫາ ແລະສ້າງປົມປັນຫາ ຊຶງຄວາມຄິດພວກນີ້ມັກຈະກ່ຽວຂ້ອງຫຼືໄດ້ຮັບແຮງຂັບຈາກອາລົມຄວາມຮູ້ສຶກ.
ຄວາມຄິດແບບທີ່ 2 ເປັນຄວາມຄິດທີ່ມີເປົ້າໝາຍ ເປັນຄວາມຄິດທີ່ຕັ້ງໃຈຈະຄິດເພື່ອໃຫ້ບັນລຸຈຸດປະສົງໃດໜຶ່ງ ເຊັ່ນການໃຊ້ຄວາມຄິດໃນການຄົ້ນຄວ້າສຶກສາຫຼືວາງແຜນເພື່ອກະທຳການໃດໜຶ່ງ ຄວາມຄິດນີ້ຈະສຶ້ນສຸດເມື່ອຈຸດປະສົງສຳເລັດ ແຕ່ຖ້າຈຸດປະສົ່ງບໍ່ສຳເລັດຄວາມຄິດນີ້ກໍ່ອາດເປັນໄພຄຸກຄາມເຮົາກໍ່ເປັນໄດ້ ເຊັ່ນເຮັດໃຫ້ນອນບໍ່ຫຼັບເປັນຕົ້ນ.
ໃນຫຼັກການປະຕິບັດ ຈິດຕານຸສຕິປະຖານແມ່ນໃຫ້ຮູ້ທັນທຸກຄວາມຄິດ ແລ້ວດຶງຈິດກັບມາຈົດຈໍ່ຢູ່ທີ່ກາຍ ແລະເວທະນາ. ກາຍ ແລະເວທະນາຈະເປັນຖານທີ່ຕັ້ງຫຼັກຂອງຈິດ ຄວາມຄິດເປັນພຽງສິ່ງທີ່ຕ້ອງຮູ້ເທົ່າທັນ. ຖ້າມີແຕ່ຄວາມຄິດປູງແຕ່ງປະຕິດປະຕໍ່ ຈົບເລື່ອງນີ້ຕໍ່ເລື່ອງໜ້າ ຈິດຈະບໍ່ເປັນສະມາທິ ຈະກໍ່ໃຫ້ເກີດຄວາມງຸດງິດ.

4. ທັມມານຸສຕິປະຖານ:
ທັມ ໃນທີ່ນີ້ໝາຍເຖິງສະພາວະທັ້ງປວງທີ່ເຮົາຮັບຮູ້ ສະພາບແວດລ້ອມທາງຮ່າງກາຍກໍ່ເປັນທັມ ເຊັ່ນເວລາທ່ານນັ່ງສະມາທິທ່ານໄດ້ຍີນສຽງນົກຮ້ອງທ່ານກໍ່ກຳໜົດຮູ້ ອາກາດເຍັນສະບາຍ ຫຼືອົບເອົ້າທ່ານກໍ່ກຳໜົດຮູ້ ຄວາມຮູ້ສຶກໃນຈິດໃຈທັ້ງຫຼາຍທັ້ງປວງລ້ວນແລ້ວແຕ່ແມ່ນທັມ. ການຮັບຮູ້ທັມ ກໍ່ຄືການຮັບຮູ້ ຫຼື ມີສະຕິຮູ້ ທຸກສິ່ງທີ່ມີຜົນກະທົບຕໍ່ເຮົາທັ້ງໝົດ. ໂດຍສະຫຼຸບລວມແລ້ວ ການຮູ້ກາຍ ເວທະນາ ຈິດ ແລະສະພາບແວດລ້ອມຕ່າງໆ ຄືການມີສະຕິໃນທັມມານຸສຕິປະຖານນັ້ນເອງ. ນອກຈາກນີ້ທັມໃນທີ່ນີ້ຍັງໝາຍເຖິງສະພາວະຕ່າງໆຫຼືຂັ້ນຕ່າງໆຂອງສະມາທິ ຄວາມສະຫງົບ ປັນຍາ ຄວາມຮູ້ໃຫມ່ໆ ທີ່ເກີດຂຶ້ນຈາກປະສົບການໃນການປະຕິບັດ ລ້ວນແລ້ວແຕ່ແມ່ນທັມ. ທ່ານມີໜ້າທີ່ຕ້ອງມີສະຕິກຳໜົດຮູ້.

ເປົ້າໝາຍໜຶ່ງຂອງການມີສະຕິກຳໜົດຮູ້ແມ່ນ ຄືຮູ້ວ່າສັບພະສິ່ງທັ້ງປວງ ມັນເປັນຂອງມັນຢ່າງນັ້ນເອງ ຢ່າຍຶດຖືມາເປັນເຮົາ ເປັນຂອງເຮາ ຮູ້ແລ້ວປ່ອຍວ່າງໃຫ້ມັນເປັນໄປຕາມເຫດແລະປັດໃຈຂອງມັນ. ຕົວຢ່າງທ່ານນັ່ງສະມາທິ ຈິດຂອງທ່ານສະຫງົບ ທ່ານກໍ່ເຫັນພຽງແຕ່ວ່າຈິດສະຫບົງດ້ວຍເຫດປັດໃຈຂອງມັນ ບໍ່ແມ່ນທ່ານຍຶດຖືວ່າຈິດສະຫງົບນັ້ນເປັນຂອງທ່ານ. ຖ້າທ່ານຄິດວ່າຈິດສະຫບົງນັ້ນເປັນຂອງທ່ານ ເມືອໃດທີ່ມັນຫາຍໄປທ່ານກໍ່ຈະເກີດຄວາມເສົ້າເສຍໃຈ ຫຼືຖ້າທ່ານນັ່ງສະມາທິແລ້ວ ບໍ່ສະຫງົບ ທ່ານກໍ່ຈະເກີດອາຮົມຮ້າຍ ງູດງິດ ວ່າເປັນຫຍັງຈິດຈຶ່ງບໍ່ສະຫງົບ ສິ່ງເຫຼົ່ານີ້ຈະກາຍເປັນປັນຫາບໍ່ມີທີ່ສີ້ນສຸດ. ເພາະສະນັ້ນ ທັມມານຸສຕິປະຖານ ກໍ່ຄືໃຫ້ ເຫັນທັມທັງປວງວ່າມັນເປັນຢ່າງທີ່ມັນເປັນດ້ວຍເຫດປັດໃຈຂອງມັນເອງ. ບໍ່ສາມາດຍຶດຖືມາເປັນຕົວເຮົາ ຫຼືຂອງເຮົາໄດ້. ມັນເກີດຂຶ້ນດ້ວຍເຫດແລະປັດໃຈໃດ ມັນກໍ່ຈະສະລາຍໄປດ້ວຍເຫດແລະປັດໃຈຕ່າງໆນາໆຂອງມັນເອງ.

ສະຫຼຸບ ສະຕິປະຖານ 4 
ການຝຶກສະຕິປະຖານສີ່ບໍ່ໄດ້ໝາຍຄວາມວ່າຈະຕ້ອງຝຶກອັນໜຶ່ງກ່ອນແລ້ວຄ່ອຍໄປຝຶກອັນໜຶ່ງ ໃນເວລາທີ່ທ່ານນັ່ງສະມາທິ ຫຼືເຮັດກິດຈະກຳໃດໜຶ່ງ ທັມທັງສີ່ຢ່າງເກີດຂຶ້ນຢູ່ຕລອດເວລາ ທັມໃດທີ່ຊັດເຈນທ່ານກໍ່ສາມາດກຳໜົດຮູ້ທຳນັ້ນໃນທັນທີ່. ທຳມະຊາດຂອງຈິດ ຈະລອງລອຍ ຖ້າຈິດລອງລອຍມີແຕ່ຈະສ້າງຜົນເສຍ ສະນັ້ນການມີສະຕິກໍ່ຄືການຝຶກຈິດໃຫ້ມີຫຼັກໜັ້ນ ຈິດຈະມີຫຼັກໝັ້ນໄດ້ ຈິດຈະຕ້ອງມີທີ່ເກາະ ສິ່ງທີ່ຈິດຄວນເກາະຢູ່ກໍ່ຄື ສະຖານທັ້ງສີ່ແຫ່ງທີ່ໄດ້ກ່າວມາ. ຈິດມີທີເກາະກໍຄືຈິດທີ່ເປັນສະມາທິ ຈິດທີ່ເປັນສະມາທິ ຄືຈິດທີ່ມີພະລັງລວມສູນ ຈິດທີ່ມີພະລັງລວມສູນ ຄືຈິດທີ່ມີອຳນາດ ຈິດທີ່ມີອຳນາດ ຈະສາມາດເຮັດໜ້າທີ່ການງານໄດ້ດີ ແລະ ຈະນຳໄປສູ່ຜົນສຳເລັດໃນທຸກວຽກງານ ບໍ່ວ່າຈະເປັນວຽກງານທາງໂລກ ຫຼືວຽກງານທາງທັມ. 

ຂໍໃຫ້ທ່ານໂຊກດີ
ດ້ວຍເມຕຕາທັມ







Wednesday, July 5, 2017

ຊີວິດແມ່ນຫຍັງ?

ເຮົາທຸກຄົນເກີດມາໃນໂລກໂດຍທີ່ເຮົາບໍ່ຮູ້ວ່າມັນແມ່ນຫຍັງແທ້. ເຮົາບໍ່ເຄີຍຕັ້ງຄຳຖາມກັບໂຕເຮົາເອງເລຍວ່າຊີວິດແມ່ນຫຍັງ ແຕ່ເຮົາກໍ່ໂລດແລ່ນໄປຕາມຄວາມຮຽກຮ້ອງຂອງຊີວິດກໍ່ຄືການທຳມາຫາກິນລ້ຽງຊີບ ທະເຍີທະຍານໄປກັບຄວາມຕ້ອງການແລະຄວາມຄາດຫວັງຂອງສັງຄົມກໍ່ຄືຫນ້າຕາ, ຊື່ສຽງ, ຄວາມສຳເລັດໃນການປະກອບອາຊີບການງານ ໄດ້ຮັບການຍອມຮັບໃນສັງຄົມ ແລະສຸດທ້າຍກໍ່ຈາກລາໂລກນີ້ໄປ ແລະຖິ້ມຄວາມບໍ່ຮູ້ວ່າຊີວິດແມ່ນຫຍັງໄວ້ເບື້ອງຫລັງ.

ໃນທາງຊີວະວິທະຍາການຮຽນຮູ້ຊີວິດກໍ່ເປັນພຽງການຮຽນຮູ້ການປະກອບສ້າງທາງກາຍຍະພາບ. ຮຽນຮູ້ການທຳງານຂອງລະບົບຕ່າງໆໃນຮ່າງກາຍ ແຕ່ໃນທີ່ສຸດກໍ່ບໍ່ສາມາດຫາຄຳຕອບໄດ້ວ່າຊີວິດແມ່ນຫຍັງ.

ໃນໂລກປະຈຸບັນຄວາມກ້າວຫນ້າທາງວິທະຍາສາດແລະເຕັກໂນໂລຊີ ແລະການເກີດຂຶ້ນຂອງຄວາມຄິດຕ່າງໆບໍ່ວ່າຈະເປັນອິດທິພົນຂອງຄວາມເຊື່ອຂອງລັດທິ ແລະສາສນາຕ່່າງໆ ຍິ່ງເຮັດໃຫ້ມະນຸດສັບສົນ ແລະຜົນສຸດທ້າຍກໍ່ລົງເອຍດ້ວຍໂສກນາດຕະກຳ ກໍ່ຄືການປະຫັດປະຫານກັນທາງຄວາມເຊື່ອ ແລະການແຍ່ງຊິງສ່ວນແບ່ງຊັບພະຍາກອນຂອງໂລກ.

ກັບມາທີ່ຊີວິດແມ່ນຫຍັງແທ້ໆ? ແນ່ນອນແຕ່ລະຄົນຈະມີຄຳຕອບໃນແບບຂອງຕົວເອງທີ່ຈະໃຫ້ນິຍາມວ່າຊີວິດແມ່ນຫຍັງ.

ກ່ອນທີ່ຂ້າພະເຈົ້າຈະຂຽນຕອບວ່າຊີວິດແມ່ນຫຍັງ? ນ່າຈະມາຕັ້ງຄຳຖາມເພີ່ມຕໍ່ໄປວ່າ: ມັນມີຄວາມສຳຄັນແນວໃດ ຈຶ່ງຈຳເປັນທີ່ຈະຕ້ອງມາຊອກຫາຄຳຕອບວ່າຊີວິດແມ່ນຫຍັງ ມັນມີປະໂຫຍດແນວໃດ? ທ່ານລອງຊອກຫາຄຳຕອບດ້ວຍຕົວທ່ານເອງລອງເບິ່ງວ່າມັນຈຳເປັນບໍ່ທີ່ຈະຕ້ອງຮູ້ວ່າຊີວິດແມ່ນຫຍັງ? ໃນສ່ວຕົວຂອງຂ້າພະເຈົ້າຄິດວ່າມັນສຳຄັນຢ່າງຍິ່ງທີ່ຈະຮູ້ວ່າຊີວິດແມ່ນຫຍັງ ເພາະມັນຈະເປັນແນວທາງໃນການໃຊ້ຊີວິດໃຫ້ຖືກຕ້ອງ ແລະເປັນປະໂຫຍດກັບຕົວເຮົາເອງ. ການຮູ້ຊີວິດກໍ່ຄືການຮູ້ເຄື່ອງມືຮັບໃຊ້ຊີວິດປະຈຳວັນຂອງເຮົາ ເຊັນເຮົາມີ ມີດ ຖ້າເຮົາບໍ່ຮູ້ວ່າມີດແມ່ນຫຍັງເຮົາກໍ່ຈະບໍ່ຮູ້ໃຊ້ປະໂຫຍດຂອງມັນ ແລະຖ້າເຮົາບໍ່ຮູ້ວ່າມີດມີປະໂຫຍດແລະໂທດແນວໃດ ມີດທີ່ເຮົາມີກະອາດຈະເປັນອາວຸດທີ່ທຳລາຍຕົວເຮົາເອງໄດ້ ສັນໃດກໍ່ສັນນັ້ນຊີວິດກໍ່ເຊັນກັນ.

ຄັນຊັ້ນຊີວິດແມ່ນຫຍັງແທ້ໆ ຖ້າຈະໃຫ້ຕອບວ່າຊີວິດແມ່ນຫຍັງກໍ່ຄົງບໍ່ສາມາດຕອບໄດ້ຈົນຫມົດເພາະຊີວິດມີຫລາຍດ້ານຫລາຍມິຕິເຊັນ: ຊີວິດທາງຮ່າງກາຍ, ຊີວິດທາງຈິດໃຈ, ຊີວິດທາງສັງຄົມ, ຊີວິດທາງຄວາມຄິດຄວາມເຊື່ອ, ຊີວິດທາງວິນຍານ ແລະຊີວິດຫລັງຄວາມຕາຍ.
ເອົາເປັນວ່າເຮົາຈະມາຮູ້ຊີວິດໃນຂັ້ນພື້ນຖານກັນກ່ອນເພື່ອທີ່ຈະເປັນຖານໃນການຮຽນຮູ້ແລະໄຊ້ຊີວິດໃຫ້ຖືກຕ້ອງໃນເບື້ອງຕົ້ນ ປຽບສະເຫມືອນເຮົາຮູ້ເລື່ອງພື້ນຖານຂອງມີດ ວ່າມີດແມ່ນຫຍັງ ແລະໃຊ້ປະໂຫຍດຫຍັງ ໂດຍທີ່ບໍ່ຈຳເປັນຕ້ອງຮູ້ວ່າມີດມີອົງປະກອບທາງໂລຫະຫຍັງແດ່ ໃຜເປັນຜູ້ຜະລິດ ຫລືຄິດປະດິດໃຊ້ເປັນຜູ້ທຳອິດ.

* ຊີວິດຄືອົງປະກອບຂອງທາດຕ່າງໆ ທີ່ມີທັງທາດທາງວັດຖຸແລະທາດທາງນາມມະທຳກໍ່ຄິດຈິດ.

* ການຕັ້ງຢູ່ໄດ້ຂອງຊີວິດ (ຄືຍັງບໍ່ຕາຍ) ຍ້ອນການອີງອາໃສແລະພຶງພາກັບສະພາບແລດລ້ອມທີ່ເຫມາະສົມ ຫມາຍຄວາມວ່າເຮົາບໍ່ໄດ້ມີຊີວິດທີ່ເປັນອິດສະຫລະຈາກສິ່ງທັງປວງ: ເຮົາພຶ່ງພາອາກາດຫາຍໃຈໃນທຸກວິນາທີ, ເຮົາຕ້ອງອາໃສຄວາມອົບອຸນທີ່ເຫມາະສົມ, ອາໃສແສງ ອາໃສຊ່ອງວ່າງ, ນ້ຳ ອາຫານແລະອື່ນໆ ນີ້ຄືການພຶງພາທາງກາຍຍະພາບ. ນອກນັ້ນເຮົາຍັງຢູ່ໄດ້ຍ້ອນການພຶ່ງພາທາງຈິດໃຈ ສັງຄົມ ການໄດ້ຮັບການປົກປ່ອງທາງສັງຄົມ ການໄດ້ຮັບການປະຕິສຳພັນທີ່ດີຂອງຄົນໃນຄອບຄົວ ຍາດພີ່ນ້ອງ ເພື່ອນມິດ ແລະບຸກຄົນອື່ນໆເຊິ່ງລ້ວນແລ້ວແຕ່ແມ່ນການພຶງພາ (ສະຫລຸບໃນຕອນນີ້: ຊີວິດຄືການພຶງພາ) ຖ້າມີຜູ້ໃດຄິດວ່າໂຕເອງມີຊີວິດເປັນອິດສະຫລະ ແລະຢູ່ໄດ້ດ້ວຍຕົນເອງກໍ່ຄືຜູ້ນັ້ນບໍ່ຮູ້ຈັກຊີວິດ ແລະເປັນຜູ້ເຂົາໃຈຊີວິດຜິດຊຶ່ງອາດມີພຶດຕິກຳເນລະຄຸນຕໍ່ສິ່ງຕ່າງໆ ແລະຖ້າເປັນຜູ້ມີອຳນາດກໍ່ຈະສ້າງຄວາມເສຍຫາຍຢ່າງມະຫັນ.

* ການຮູ້ວ່າຊີວິດຄືການພຶງພາ ຈະມີປະໂຫຍດແນວໃດ? ປະໂຫຍດກໍຄືເຮົາຈະສາມາດໃຊ້ຊີວິດໃຫ້ຖືກຕ້ອງ ກໍ່ຄືເມື່ອຮູ້ວ່າຊີວິດຄືການພຶງພາ ເຮົາກໍ່ຈະມີຈິດໃຈທີ່ອ່ອນນ້ອມຕໍ່ສິ່ງຕ່າງໆ ເຮົາກໍ່ຈະຮູ້ຈັກຂອບໃຈທຳມະຊາດທີ່ໃຫ້ອາກາດບໍລິສຸດໃຫ້ເຮົາໄດ້ຫາຍໃຈ. ຂອບໃຈຜູ້ຜະລິດອາຫານ ແລະຜູ້ອອກແຮງງານ ຜູ້ບໍລິການໃຫ້ເຮົາໄດ້ມີອາຫານກິນໃນທຸກມື້ເປັນຕົ້ນ. ນອກຈາກນີ້ການຮັບຮູ້ວ່າຊີວິດຄືການພຶງພາກໍ່ຈະເຮັດໃຫ້ເຮົາ ສາມາດກຳຫນົດແນວທາງດຳເນີນຊີວິດທີ່ຖືກຕ້ອງໄດ້ເຊັ່ນ: ຖ້າທ່ານເປັນລັດຖະບານທ່ານກໍ່ຈະກຳຫນົດນະໂຍບາຍທີ່ຖືກຕ້ອງເປັນທຳ ແລະຄຳນຶງເຖິງຜົນໄດ້ຜົນເສຍຂອງທຳມະຊາດ ສັງຄົມ ແລະການທຳມາຫາກິນຂອງປະຊາຊົນ. ຖ້າທ່ານເປັນພໍ່ຄ້າຊາວຂາຍທ່ານກໍ່ຈະຮູ້ວ່າອັນໃດຄວນຄ້າຂາຍອັນໃດບໍ່ຄວນ.

* ການຮູ້ວ່າຊີວິດຄືການພຶງພາ ເຮົາຮູ້ບຸນຄຸນຂອງທຸຸກສັບພະສິ່ງ ແລະຈະນຳໄປສູ້ການສ້າງສາຍສຳພັນທີ່ດີຕໍ່ເພື່ອນມະນຸດດ້ວຍກັນ ບໍ່ວ່າຈະເປັນຄົນໃນຄອບຄົວ, ເພື່ອນຮ່ວມງານ, ເພື່ອນບ້ານ ແລະຂະຫຍາຍໄປສູ່ເພື່ອມິດຕ່າງໆໃນທົ່ວໂລກ ຕລອດຮອດສັດສາວາສິ່ງ ແລະປ່າໄມ້ພູເຂົາທະເລ ແມ່ນໍ້າ ແລະອື່ນໆ.

* ນອກຈາກນີ້ການຮູ້ວ່າຊີວິດຄືການພຶງພາ ເຮົາຈະຮູ້ວ່າເຖິງແມ່ນວ່າເຮົາຈະເກີດໃນກອງເງິນກອງຄຳ ມີອາຊີບການງານທີ່ດີ ມີຊີວິດການເປັນຢູ່ທີ່ດີ ກໍ່ຍ້ອນມີຄົນອື່ນຄ້ຳຊູອຸປະຖຳເຮົາຢູ່ໂດຍທີ່ເຮົາບໍ່ຮູ້ ແຕ່ເຮົາອາໃສລະບົບຄ້ຳຈຸນເຮົາຢູ່ເຊັ່ນ: ທ່ານອາດຈະເປັນນັກທຸລະກິດ, ລັດທະກອນ ພະນັກງານອົງການມີເງິນເດືອນກິນສະບາຍ ແຕ່ຄວາມສະບາຍຂອງທ່ານນັ້ນອາດມາຈາກຄວາມອິດເມືອຍຂອງ ຊາວນາ ຊາວຜູ້ອອກແຮງງານ ແມ່ຄ້າຊາວຂາຍຕ່າງໆທີ່ຕ້ອງມີພັນທະເສຍພາສີອາກ່ອນເຮັດໃຫ່ທ່ານໄດ້ຢູ່ຢ່າງສະບາຍ.
* ການຮູ້ວ່າຊີວິດຄືການພຶງພາ ເປັນຄວາມຮູ້ເບື້ອງຕົ້ນແລະເປັນພຶ້ນຖານໃນການທີ່ຈະເຮັດໃຫ້ໂລກມີສັນຕິສຸກ ແລະບໍ່ແບ່ງແຍກ ເອື້ອເຝື້ອຊ່ວຍເຫລືອຊຶ່ງກັນແລະກັນ. ປະຈຸບັນ, ບັນດາຜູ້ນຳໂລກບໍ່ຮູ້ຄວາມຮູ້ພຶ້ນຖານນີ້ຈຶ່ງວາງນະໂຍບາຍຈອບທຳລາຍຊຶ່ງກັນແລະກັນ ເອົາລັດເອົາປຽບຊຶ່ງກັນແລະກັນ ສ້າງທັດສະນະຄະຕິຄວາມເຫັນແກ່ຕົວ ແລະອະຄະຕິອື່ນໆ.

ໃນສັງຄົມໂລກແລະລະບົບການສຶກສາປະຈຸບັນບໍ່ມີໂຮງຮຽນແຫ່ງໃດສອນຄວາມຮູ້ພື້ນຖານນີ້ ທັງໆທີ່ນີ້ຄືສັດຈະທຳແລະນີ້ຄືຄວາມຈິງ ແລະນີ້ຄືແນວທາງທີ່ຈະເຮັດໃຫ້ຊີວິດມີຄວາມຜາສຸກຮົ່ມເຍັນ.

* ການຮູ້ວ່າຊີວິດຄືການພຶງພາ ບໍ່ໄດ້ເປັນອິດສະຫລະດ້ວຍຕົວເອງ ແລະບໍ່ແບ່ງແຍກຈາກສ່ວນຕ່າງໆຂອງສັບພະສິ່ງ ດັ່ງທີ່ອະທິບາຍມານັ້ນ ກໍ່ປຽບສະເຫມືອນການທີ່ເຮົາຮູ້ວ່າ ມີດ ແມ່ນຫຍັງ ແລະທ່ານກໍ່ຈະສາມາໃຊ້ຊີວິດໄດ້ຢ່າງຖືກຕ້ອງປຽບໄດ້ກັບການທີ່ທ່ານສາມາດໄຊ້ປະໂຫຍດຈາກ ມີດ ສັນໃດກໍ່ສັນນັ້ນ.

(ໂອກາດຫນ້າຈະມາລົມຕໍ່ໃນມິຕິອື່ນໆຂອງຊີວິດ)