ບັນດາທ່ານທີ່ເປັນຊາວພຸດ ແລະທ່ານທີ່ສົນໃຈສຶກສາພຸດທະສາສະນາ ມັກຈະໄດ້ຍິນຄຳວ່າ "ສະຕິປະຖານ 4" ຢູ່ເປັນປະຈຳ ແຕ່ຫຼາຍຄົນອາດຈະຍັງສົງໃສວ່າ ມັນແມ່ນຫຍັງ ມີຄວາມສຳຄັນແນວໃດ ເອົາເປັນວ່າໃນບົດຂຽນນີ້ຈະໄດ້ອະທິບາຍໃຫ້ທ່ານໄດ້ເຂົ້າໃຈຢ່າງກະຈ່າງແຈ້ງແບບເຂົ້າໃຈງ່າຍໆ ປະຕິບັດໄດ້ຈິງ ແລະທ່ານຈະບໍ່ມີຄວາມສົງໃສອີກຕໍ່ໄປ.
ກ່ອນເຂົ້າສູ່ການອະທິບາຍເຮົາມາຮູ້ກ່ອນວ່າ ສະຕິປະຖານ 4 ມີຄວາມສຳຄັນແນວໃດເພື່ອທີ່ທ່ານຈະສົນໃຈແລະຢາກຈະອ່ານຕໍ່.
ສະຕິປະຖານ 4 ມີຄວາມສຳຄັນຄື:
1. ເປັນຄຳສອນຫຼັກຂອງພະພຸດທະເຈົ້າ (ຖ້າທ່ານເປັນຊາວພຸດແລ້ວທ່ານບໍ່ຮູ້ ກໍ່ຈະໜ້າເສຍດາຍ)
2. ເປັນແນວທາງໃຫ້ເຮົາສຶກສາ ແລະ ຮັບຮູ້ພາວະຄວາມເປັນຈິງຂອງສະພາວະທັມຂອງຮ່າງກາຍແລະຈິດໃຈ.
3. ເປັນແນວທາງຝຶກສະມາທິ ໃຫ້ເກີດປັນຍາທີ່ຈະສາມາດເຂົ້າໃຈປັນຫາໃນທາງຈິດໃຈໄດ້
4. ເປັນເສັນທາງເດີນຫຼືແນວທາງຝຶກຝົນເພື່ອເຂົ້າສູ່ໂລກູດຕຣະທັມ (ສະຫວັນ ນິບພານ ພູມທັມຊັ້ນສູງສຸດຂອງພູມທັມທັງປວງ)
ນອກຈາກຄວາມສຳຄັນແລ້ວ ການຝຶກສະຕິປະຖານ 4 ຍັງຈະມີປະໂຫຍດແກ່ການດຳລົງຊີວິດຂອງເຮົາໃຫ້ມີແຕ່ຄວາມສຸກຮົມເຍັນໃນປະຈຸບັນອີກດ້ວຍເຊັ່ນ:
1. ທ່ານຈະເຂົ້າໃຈຊີວິດຫຼາຍຂຶ້ນ, ຈະສາມາດແກ້ໄຂບັນຫາຕ່າງໆໃນຊີວິດໄດ້ດີຂຶ້ນ
2. ທ່ານຈະເກີດການປ່ຽນແປງຜຶດຕິກຳ ການໃຊ້ຊີວິດໃນທາງທີ່ບໍທຳຮ້າຍຕົນເອງ (ບາງທີເຮົາອາດຈະບໍ່ຮູ້ວ່າການໃຊ້ຊີວິກແບບປະຈຸບັນກຳລັງທຳຮ້າຍເຮາເອງຢູ່).
3. ທ່ານຈະມີຄວາມສຸກແລະມີຄວາມສະຫບົງພາຍໃນ, ມີຄວາມໝັ້ນຄົງ, ມີຄວາມສຸຂຸມລະອຽດອ່ອນ.
ທ່ານຮູ້ຄຸນປະໂຫຍດຢ່າງມະຫາສານນີ້ແລ້ວ ຫວັງວ່າທ່ານຄົງຈະຢາກຮູ້ວ່າ ສະຕິປະຖານ 4 ແມ່ນຫຍັງ ແລະຢາກຈະຝຶກໄນລຳດັບຕໍ່ໄປ.
"ສະຕິປະຖານ 4" ແມ່ນການຝຶກໃຫ້ມີສະຕິຕລອດເວລານັ້ນເອງ ໂດຍການເອົາສະຕິເຂົ້າໄປຮັບຮູ້ໃນ 4 ສະຖານ ເຊິ່ງໄດ້ແກ່ 1 ຮັບຮູ້ກາຍ ເອິ້ນວ່າ ກາຍານຸສຕິປະຖານ, 2 ຮັບຮູ້ ຄວາມຮູ້ສຶກ ເອີ້ນວ່າ ເວທະນານຸສຕິປະຖານ, 3 ຮັບຮູ້ ຈິດ ເອີ້ນວ່າ ຈິຕານຸສຕິປະຖານ ແລະ 4 ຮັບຮູ້ ທັມ ເອີ້ນວ່າ ທັມມານຸສຕິປະຖານ.
ດ້ວຍເຫດເອົາສະຕິໄປຮັບຮູ້ສະພາວະຕ່າງໆທີ່ເກີດຂື້ນໃນ 4 ຢ່າງນີ້ ຈຶ່ງເອີ້ນຊື່ຫຍໍ້ໆ ວ່າ "ສະຕິປະຖານ 4" ຫຼື ກ່າວອີກຢ່າງໜຶ່ງວ່າ "ການເອົາສະຕິໄປຕິຕາມຮັບຮູ້ສະພາວະທັມຕ່າງໆ ທີ່ເກີດຂຶ້ນໃນສະຖານທັງ 4 ແຫ່ງນີ້ນັ້ນເອງ.
ເປັນຫຍັງຈຶງຈຳເປັນຕ້ອງເອົາສະຕິໄປຮັບຮູ້ສະພາວະໃນ 4 ສະຖານນີ້??
ເປົ້າໝາຍຫລັກ ກໍຄືເພື່ອເຂົ້າໃຈສະພາວະຄວາມເປັນຈິງທີ່ເຊື່ອງຊ້ອນພາຍໃນຕົວເຮົາເອງ ແລະຈະເຮັດໃຫ້ເຮົາສາມາດປົດປ່ອຍຕົວເຮົາເອງໃຫ້ມີອິສຣະພາບຫຼາຍຂຶ້ນ ຖ້າຝຶກ ແລະສາມາດຮັບຮູ້ຈົນເຖິງທີ່ສຸດກໍ່ຈະສາມາດປົດປ່ອຍຕົວເຮົາເອງໄປສູ່ອິສຣະພາບທີ່ຖາວອນໄດ້. ແລະໃນຂັ້ນທຳມດາພຶ້ນຖານ ກໍ່ຈະເຮັດໃຫ້ເຮົາມີຄວາມໝັ້ນຄົງພາຍໃນຫຼາຍຂຶ້ນ ແລະບໍ່ສະຖົກສະທ້ານຕໍ່ບັນຫາຕ່າງໆທີ່ຈະເກີດຂຶ້ນໃນຊີວິດ ແລະຈະສາມາດຮັບມືກັບມັນໄດ້ດ້ວຍຄວາມເຂົ້າໃຈ.
ເຮົາຈະຝຶກຢ່າງໃດ??
1. ກາຍານຸສຕິປະຖານ:
ໃນຂັ້ນເບື້ອງຕົ້ນສຳລັບຜູ້ທີ່ຍັງບໍ່ເຄຍ ແມ່ນ ພະຍາຍາມຝຶກ ກາຍານຸສຕິປະຖານກ່ອນ ຄືການຝຶກການ ຮູ້ຕົວ ໃນອະຣິຍະບົດຕ່າງໆ ເຊັ່ນ: ການຢືນ ການຢ່າງ ການນັ່ງ ການນອນ ໃຫ້ຮູ້ຕົວວ່າເຮົາກຳລັງ ຢືນຢູ່ ຢ່າງຢູ່ ນັ່ງຢູ່ ຫຼື ນອນຢູ່. ຢ່າງເຊັ່ນ ເຮົານັ່ງເຮັດວຽກຢຸ່ຫ້ອງການກໍ່ໃຫ້ມີສະຕິຮູ້ຕົວ ກັບອາການນັ່ງ ທ່ານັ່ງຂອງເຮົາ ຖ້າທ່ານຮູ້ຕົວທ່ານກໍ່ຈະສາມາດປັບທ່ານັ່ງໃນການເຮັດວຽກຂອງທ່ານໃຫ້ຖືກຕ້ອງ ຊື່ງຈະສົ່ງຜົນດີຕໍ່ຮ່າງກາຍຂອງທ່ານ. ໃນເວລາທີ່ທ່ານນັ່ງຂັບລົດຢູ່ ທ່ານກໍ່ມີສະຕິຮູ້ຕົວທົ່ວພ້ອມວ່າທ່ານກຳລັງນັ່ງຂັບລົດຢູ່. ການມີສະຕິຈະຊ່ວຍໃຫ້ທ່ານຂັບຂີ່ໄດ້ຢ່າງປອດໄພ ແລະໃນກໍລະນີ ມີເຫດການຫຍັງເກີດຂຶ້ນທ່ານກໍ່ສາມາດຮັບມືໄດ້ຢ່າງມີສະຕິ ແລະຊານສະຫຼາດ. ນີ້ຄືການມີສະຕິໃນເບື້ອງຕົ້ນ ຫຼືເອີນວ່າ ການເອົາ ສະຕິມາຕັ້ງໄວ້ທີ່ກາຍ ເພື່ອຮັບຮູ້ ການເຄື່ອນໄຫວທາງຮ່າງກາຍ ແລະອາກັບກິລິຍາຕ່າງໆ ຂອງຮ່າງກາຍ ການມີສະຕີໃນທາງຮ່າງກາຍ ຈະຊ່ວຍໃຫ້ທ່ານປອດໄພຈາກອັນຕະລາຍຕ່າງໆທີ່ອາດຈະເກີດຂື້ນທາງຮ່າງກາຍໄດ້ ນີ້ຄືຜົນປະໂຫຍດໃນເບື້້ອງຕົ້ນເລັກໆນ້ອຍ. ການທີ່ທ່ານມີສະຕິຮູ້ຕົວໃນອະຣິຍະບົດຕ່າງໆ ຈະຊ່ວຍໃຫ້ທ່ານມີສະຕິໃນການເວົ້າ ການກະທຳອື່ນໆ ທີ່ຈະເປັນຜົນດີໃນອາຊີບການງານຂອງທ່ານແລະຄວາມສຳພັນກັບເພື່ອນມິດແລະຄວາມສຳພັນໃນຄອບຄົວ. ຄວາມສຳພັນທີ່ບໍ່ດີສ່ວນໃຫຍ່ມາຈາກການບໍ່ມີສະຕິແລະບໍ່ທົບທວນໃນສິ່ງທີ່ເວົ້າ ແລະສິ່ງທີ່ເຮັດ. ຫຼາຍຄັ້ງການກະທຳ ການເວົ້າທີ່ບໍ່ມີສະຕິກໍ່ເຮັດໃຫ້ເຮົາເສຍໃຈ ແລະທຳລາຍ ຫຼາຍສິ່ງຫຼາຍຢ່າງ.
ໃນກໍ່ລະນີທີ່ທ່ານຝຶກກາຍານຸສະຕິປະຖານແບບພິເສດ
ທ່ານສະມາດຫາເວລາອັນເໝາະສົມ ໄປນັ່ງໃນສະຖານທີ່ສະຫງົບ ແລະທ່ານກໍ່ສາມາດນັ່ງສະມາທິ ດ້ວຍການສັງເກດລົມຫາຍໃຈເຂົ້າອອກ ເພື່ອເຮັດໃຫ້ຈິດໃຈມິຄວາມສະຫງົບ ບໍ່ຄິດຟູ້ງຊານປູງແຕ່ງຕ່າງໆນາໆ. ການນັ້ງສະມາທິແບບນີ້ກໍ່ເອີ້ນວ່າ ອານາປະນະສະຕິ ຫຼືການມີສະຕິຢູ່ກັບລົມຫາຍໃຈ ຊຶ່ງກໍຍັງຢູ່ໃນຂອບເຂດຂອງກາຍຍາປະນະສະຕິການຝຶກສະຕິດ້ວຍວິທີການນີ້ ແມ່ນພື້ນຖານຂອງການຝືກສະຕິເພື່ອຈະເຮັດໃຫ້ເຮົາມີສະຕິທີ່ເກັ່ງກ້າຂື້ນ ແຂງແຮງຂື້ນເພື່ອທີ່ຈະໄຊ້ໄປສຶກສາການມີສະຕິໃນຂັ້ນອື່ນຕໍ່ໄປ.
2. ເວທະນານຸສສະຕິປະຖານ:
ເວທະນາໝາຍເຖິງຄວາມຮູ້ສືກ ຄວາມຮູ້ສືກມີສອງຢ່າງ ຄືຄວາມຮູ້ສຶກທາງກາຍແລະຄວາມຮູ້ສືກທາງໃຈ. ໃນເບື້ອງຕົ້ນການມີສະຕິຮູ້ເວທະນາແມ່ນໃຫ້ຮູ້ ຄວາມຮູ້ສຶກທາງກາຍ. ຄວາມຮູ້ສຶກມີຫຼາຍລະດັບຈາກຄວາມຮູ້ສືກຫຍາບໆ ຮອດຄວາມຮູ້ສຶກລະອຽດ. ຄວາມຮູ້ສືກແບບຫຍາບໆໄດ້ແກ່ ຄວາມເຈັບ ຄວາມປວດ ເມື່ອຍ ອ່ອນເພຍ ຫຼື ຄວາມຮູ້ສຶກກົງກັນຂ້າມເຊັ່ນ ຮູ້ສືກມີແຮງ ກະປລິມກະເປົາ ຮູ້ສຶກລ່າເລີ່ງ ຮູ້ສຶກທຳມະດາ ເປັນຕົ້ນ. ຄວາມຮູ້ສືກລະອຽດໃນທາງກາຍ ໄດ້ແກ່ການການຮັບຮູ້ ການເນັ່ງຕີງ ຫຼື ການສັນສະເທືອນ ໃນລະດັບເຊລໃນທົ່ວຮ່າງກາຍ. ການທີ່ຈະຮັບຮູ້ການສັນສະເທືອນໃນລະດັບເຊລໃນຮ່າງກາຍນີ້ ຈິດຈະຕ້ອງມີຄວາມສະຫງົບພໍສົມຄວນ. ການເຂົ້າໄປຮັບຮູ້ຄວາມຮູ້ສຶກໃນລະດັບເຊລເປັນສິ່ງທີ່ສຳຄັນຫຼາຍ ຄືຈະເຮັດໃຫ້ຈິດມີຄວາມຕັ້ງໝັ້ນສູງຂຶ້ນ ແລະໃນກໍລະນີທີ່ທ່ານມີຄວາມເຈັບປ່ວຍໃດໜຶ່ງ ການເຂົ້າໄປຮັບຮູ້ໃນລະດັບເຊລ ກໍຈະຊ່ວຍບັນເທົາອາການປ່ວຍນັ້ນໄດ້ ແຕ່ກໍ່ຂຶ້ນກັບລະດັບສະມາທິຂອງທ່ານ.
ຈະຮັບຮູ້ຄວາມຮູ້ສຶກໃນລະດັບເຊລໄດ້ແນວໃດ
ໃນເມື່ອທ່ານນັ່ງສະມາທິເບິ່ງລົມຫາຍໃຈເຂົ້າອອກ ແລະຈິດທ່ານເລີ່ມສະຫງົບ ຄວາມຮູ້ສຶກໃນລະດັບເຊລຈະປາກົດຂຶ້ນມາເອງ ຖ້າຈິດບໍ່ສະຫງົບ ທ່ານສາມາດເພັງຈິດເບິ່ງຄວາມຮູ້ສຶກໃນທີ່ໃດຫນຶ່ງຂອງຮ່າງກາຍ ເຊັ່ນ ໜ້າຜາກເປັນຕົ້ນ ຄວາມຮູ້ສຶກກໍ່ຈະຄ່ອຍປາກົດຂຶ້ນ. ໃນເມື່ອຄວາມຮູ້ສຶກໄນລະດັບເຊລ ທ່ານສາມາດສັງເກດເຫັນແລ້ວ ໃຫ້ເອົາຈິດເຄື່ອນໄປຮັບຮູ້ໃນສ່ວນຕ່າງໆຂອງຮ່າງກາຍ ຈາກຂອມຂວັນຮອດປາຍຕີນ. ໃຫ້ທ່ານຄ່ອຍໆເຄື່ອນຈິດຮັບຮູ້ໃນໃນສ່ວນຕ່າງຂອງຮ່າງກາຍຢ່າງຊ້າໆໄປເລື້້ອຍໆ ໃນຈຸດໃດທ່ານບໍ່ເຫັນແຮງສັ່ນ ໃຫ້ທ່ານຄ່ອຍໆສັງເກດແລະໄຊ້ເວລາຢູ່ໃນສະຖານທີ່ນັ້ນດົນຂຶ້ນ ແລະເມື່ອທ່ານເຫັນຄວາມຮູ້ສືກຫຼືແຮງສັນນັ້ນແລ້ວ ທ່ານຈຶ່ງຄ່ອຍໆ ເຄື່ອນໄປໃນສະຖານທີ່ອື່ນໆຕໍ່ໄປ. ເຮັດແບບນີ້ໄປເລື້ອຍໆ ຈິດຂອງທ່ານຈະສະຫງົບລົງໄປເລື້ອຍໆ ແລະກຳລັງສະມາທິກໍ່ຈະເພີ່ມຂຶ້ນ.
ການຝືກເບິ່ງຄວາມຮູ້ສຶກໃນລະດັບເຊລນີ້ຈະເປັນແນວທາງເຮັດໃຫ້ຈິດເປັນສະມາທິໄດ້ໄວຂຶ້ນ ແລະຈະຊ່ວຍບັນເທົາອາການເຈັບເປັນທາງຮ່າງກາຍໄດ້ອີກດ້ວຍ ເຊັ່ນຄວາມຕຶງຄຽດຕ່າງໆໃນຮ່າງກາຍຈະຜ່ອນຄາຍລົງ ເສັນເອັນທີ່ເຄັ່ງຕຶງຈະຄາຍຕົວແລະສຸຂະພາບຂອງທ່ານກໍ່ຈະດີຂື້ນເປັນລຳດັບ.
ເວທະນານຸສຕິປະຖານເປັນພື້ນຖານໃຫ້ເກີດປັນຍາ (ຄືການຮັບຮູ້ຄວາມເປັນຈິງທາງຮ່າງກາຍ) ໃນເມື່ອທ່ານມີສະມາທິ ແລະຮັບຮູ້ຄວາມຮູ້ສຶກໃນລະດັບເຊລໄປເລື້ອຍໆ ຄວາມຮູ້ສືກໃນລະດັບເຊລກໍ່ຈະມີຄວາມລະອຽດໄປເລື້ອຍໆ ຈົນໄນທີ່ສຸດທ່ານຈະຮູ້ສຶກແຕ່ຄວາມວ່າງເປົາ ຄາຍຄືຮູ້ສຶກວ່າບໍ່ມີຕົວຕົນຮ່າງກາຍ.
3. ຈິດຕານຸສຕິປະຖານ
ການມີສະຕີເທົ່າທັນຈິດ ໂດຍປົກກະຕິແລ້ວຈິດຂອງຄົນເຮົາຈະມີທຳມະຊາດຄືການຄິດເລື້ອຍເປື່ອຍ ລອງລ່ອຍ ປູ່ງແຕ່ງ ບໍ່ມີວິນາທີໃດທີ່ຈະຢຸດຄິດ ສະນັ້ນ ຈິດຕານຸສຕິປະຖານ ເປົ້າໝາຍແມ່ນຮູ້ທັນຈິດ ກໍຄືການຮູ້ທັນໃນເວລາທີ່ມັນຄິດ ຖ້າເມື່ອໃດທ່ານຮູ້ທັນ ຄວາມຄິດຈະຢຸດທັນທີ ແລະຈະຄິດເລື່ອງໃຫມ່ໄປອີກ.
ຄວາມຄິດມີສອງແບບ ແບບທີ່1 ເປັນຄວາມຄິດທີ່ບໍ່ມີເປົ້າໝາຍ ກໍຄືເປັນຄວາມຄິດແບບສັນຊາດຕະຍານ ເປັນຄວາມຄິດແບບເລືອຍເປື່ອຍ ຄວາມຄິດຊະນິດນີ້ອັນຕະລາຍ ເພາະມັກຈະສ້າງບັນຫາ ແລະສ້າງປົມປັນຫາ ຊຶງຄວາມຄິດພວກນີ້ມັກຈະກ່ຽວຂ້ອງຫຼືໄດ້ຮັບແຮງຂັບຈາກອາລົມຄວາມຮູ້ສຶກ.
ຄວາມຄິດແບບທີ່ 2 ເປັນຄວາມຄິດທີ່ມີເປົ້າໝາຍ ເປັນຄວາມຄິດທີ່ຕັ້ງໃຈຈະຄິດເພື່ອໃຫ້ບັນລຸຈຸດປະສົງໃດໜຶ່ງ ເຊັ່ນການໃຊ້ຄວາມຄິດໃນການຄົ້ນຄວ້າສຶກສາຫຼືວາງແຜນເພື່ອກະທຳການໃດໜຶ່ງ ຄວາມຄິດນີ້ຈະສຶ້ນສຸດເມື່ອຈຸດປະສົງສຳເລັດ ແຕ່ຖ້າຈຸດປະສົ່ງບໍ່ສຳເລັດຄວາມຄິດນີ້ກໍ່ອາດເປັນໄພຄຸກຄາມເຮົາກໍ່ເປັນໄດ້ ເຊັ່ນເຮັດໃຫ້ນອນບໍ່ຫຼັບເປັນຕົ້ນ.
ໃນຫຼັກການປະຕິບັດ ຈິດຕານຸສຕິປະຖານແມ່ນໃຫ້ຮູ້ທັນທຸກຄວາມຄິດ ແລ້ວດຶງຈິດກັບມາຈົດຈໍ່ຢູ່ທີ່ກາຍ ແລະເວທະນາ. ກາຍ ແລະເວທະນາຈະເປັນຖານທີ່ຕັ້ງຫຼັກຂອງຈິດ ຄວາມຄິດເປັນພຽງສິ່ງທີ່ຕ້ອງຮູ້ເທົ່າທັນ. ຖ້າມີແຕ່ຄວາມຄິດປູງແຕ່ງປະຕິດປະຕໍ່ ຈົບເລື່ອງນີ້ຕໍ່ເລື່ອງໜ້າ ຈິດຈະບໍ່ເປັນສະມາທິ ຈະກໍ່ໃຫ້ເກີດຄວາມງຸດງິດ.
4. ທັມມານຸສຕິປະຖານ:
ທັມ ໃນທີ່ນີ້ໝາຍເຖິງສະພາວະທັ້ງປວງທີ່ເຮົາຮັບຮູ້ ສະພາບແວດລ້ອມທາງຮ່າງກາຍກໍ່ເປັນທັມ ເຊັ່ນເວລາທ່ານນັ່ງສະມາທິທ່ານໄດ້ຍີນສຽງນົກຮ້ອງທ່ານກໍ່ກຳໜົດຮູ້ ອາກາດເຍັນສະບາຍ ຫຼືອົບເອົ້າທ່ານກໍ່ກຳໜົດຮູ້ ຄວາມຮູ້ສຶກໃນຈິດໃຈທັ້ງຫຼາຍທັ້ງປວງລ້ວນແລ້ວແຕ່ແມ່ນທັມ. ການຮັບຮູ້ທັມ ກໍ່ຄືການຮັບຮູ້ ຫຼື ມີສະຕິຮູ້ ທຸກສິ່ງທີ່ມີຜົນກະທົບຕໍ່ເຮົາທັ້ງໝົດ. ໂດຍສະຫຼຸບລວມແລ້ວ ການຮູ້ກາຍ ເວທະນາ ຈິດ ແລະສະພາບແວດລ້ອມຕ່າງໆ ຄືການມີສະຕິໃນທັມມານຸສຕິປະຖານນັ້ນເອງ. ນອກຈາກນີ້ທັມໃນທີ່ນີ້ຍັງໝາຍເຖິງສະພາວະຕ່າງໆຫຼືຂັ້ນຕ່າງໆຂອງສະມາທິ ຄວາມສະຫງົບ ປັນຍາ ຄວາມຮູ້ໃຫມ່ໆ ທີ່ເກີດຂຶ້ນຈາກປະສົບການໃນການປະຕິບັດ ລ້ວນແລ້ວແຕ່ແມ່ນທັມ. ທ່ານມີໜ້າທີ່ຕ້ອງມີສະຕິກຳໜົດຮູ້.
ເປົ້າໝາຍໜຶ່ງຂອງການມີສະຕິກຳໜົດຮູ້ແມ່ນ ຄືຮູ້ວ່າສັບພະສິ່ງທັ້ງປວງ ມັນເປັນຂອງມັນຢ່າງນັ້ນເອງ ຢ່າຍຶດຖືມາເປັນເຮົາ ເປັນຂອງເຮາ ຮູ້ແລ້ວປ່ອຍວ່າງໃຫ້ມັນເປັນໄປຕາມເຫດແລະປັດໃຈຂອງມັນ. ຕົວຢ່າງທ່ານນັ່ງສະມາທິ ຈິດຂອງທ່ານສະຫງົບ ທ່ານກໍ່ເຫັນພຽງແຕ່ວ່າຈິດສະຫບົງດ້ວຍເຫດປັດໃຈຂອງມັນ ບໍ່ແມ່ນທ່ານຍຶດຖືວ່າຈິດສະຫງົບນັ້ນເປັນຂອງທ່ານ. ຖ້າທ່ານຄິດວ່າຈິດສະຫບົງນັ້ນເປັນຂອງທ່ານ ເມືອໃດທີ່ມັນຫາຍໄປທ່ານກໍ່ຈະເກີດຄວາມເສົ້າເສຍໃຈ ຫຼືຖ້າທ່ານນັ່ງສະມາທິແລ້ວ ບໍ່ສະຫງົບ ທ່ານກໍ່ຈະເກີດອາຮົມຮ້າຍ ງູດງິດ ວ່າເປັນຫຍັງຈິດຈຶ່ງບໍ່ສະຫງົບ ສິ່ງເຫຼົ່ານີ້ຈະກາຍເປັນປັນຫາບໍ່ມີທີ່ສີ້ນສຸດ. ເພາະສະນັ້ນ ທັມມານຸສຕິປະຖານ ກໍ່ຄືໃຫ້ ເຫັນທັມທັງປວງວ່າມັນເປັນຢ່າງທີ່ມັນເປັນດ້ວຍເຫດປັດໃຈຂອງມັນເອງ. ບໍ່ສາມາດຍຶດຖືມາເປັນຕົວເຮົາ ຫຼືຂອງເຮົາໄດ້. ມັນເກີດຂຶ້ນດ້ວຍເຫດແລະປັດໃຈໃດ ມັນກໍ່ຈະສະລາຍໄປດ້ວຍເຫດແລະປັດໃຈຕ່າງໆນາໆຂອງມັນເອງ.
ສະຫຼຸບ ສະຕິປະຖານ 4
ການຝຶກສະຕິປະຖານສີ່ບໍ່ໄດ້ໝາຍຄວາມວ່າຈະຕ້ອງຝຶກອັນໜຶ່ງກ່ອນແລ້ວຄ່ອຍໄປຝຶກອັນໜຶ່ງ ໃນເວລາທີ່ທ່ານນັ່ງສະມາທິ ຫຼືເຮັດກິດຈະກຳໃດໜຶ່ງ ທັມທັງສີ່ຢ່າງເກີດຂຶ້ນຢູ່ຕລອດເວລາ ທັມໃດທີ່ຊັດເຈນທ່ານກໍ່ສາມາດກຳໜົດຮູ້ທຳນັ້ນໃນທັນທີ່. ທຳມະຊາດຂອງຈິດ ຈະລອງລອຍ ຖ້າຈິດລອງລອຍມີແຕ່ຈະສ້າງຜົນເສຍ ສະນັ້ນການມີສະຕິກໍ່ຄືການຝຶກຈິດໃຫ້ມີຫຼັກໜັ້ນ ຈິດຈະມີຫຼັກໝັ້ນໄດ້ ຈິດຈະຕ້ອງມີທີ່ເກາະ ສິ່ງທີ່ຈິດຄວນເກາະຢູ່ກໍ່ຄື ສະຖານທັ້ງສີ່ແຫ່ງທີ່ໄດ້ກ່າວມາ. ຈິດມີທີເກາະກໍຄືຈິດທີ່ເປັນສະມາທິ ຈິດທີ່ເປັນສະມາທິ ຄືຈິດທີ່ມີພະລັງລວມສູນ ຈິດທີ່ມີພະລັງລວມສູນ ຄືຈິດທີ່ມີອຳນາດ ຈິດທີ່ມີອຳນາດ ຈະສາມາດເຮັດໜ້າທີ່ການງານໄດ້ດີ ແລະ ຈະນຳໄປສູ່ຜົນສຳເລັດໃນທຸກວຽກງານ ບໍ່ວ່າຈະເປັນວຽກງານທາງໂລກ ຫຼືວຽກງານທາງທັມ.
ຂໍໃຫ້ທ່ານໂຊກດີ
ດ້ວຍເມຕຕາທັມ